GSM ເປີດຕົວ XANH SM PLATFORM ຈໍາໜ່າຍລົດໄຟຟ້າ VINFAST VF3 ແລະ VF5 ຢ່າງເປັນທາງການໃນ ສປປ ລາວ
ນະຄອນຫຼວງວຽງຈັນ -
Media OutReach Newswire - ວັນທີ 17 ພຶດສະພາ 2025 – ບໍລິສັດຫຸ້ນສ່ວນ (GSM), ຜູ້ດຳເນີນທຸລະກິດ Xanh SM – ເຊິ່ງເປັນແບຣນເອີ້ນລົດໄຟຟ້າບໍລິສຸດແຫ່ງທຳອິດຂອງອາຊຽນ, ໄດ້ເປີດນຳໃຊ້ Xanh SM Platform ໃນ ສປປ ລາວ ຢ່າງເປັນທາງການ.
ພ້ອມກັນນັ້ນ, GSM ຍັງໄດ້ເປີດຈຳໜ່າຍລົດໄຟຟ້າ VinFast 2 ລຸ້ນ ຄື VF 3 ແລະ VF 5 ໃນ ສປປ ລາວ ຢ່າງເປັນທາງການ.
ພາຍຫຼັງ 1 ປີ ຂອງການດຳເນີນທຸລະກິດບໍລິການຂົນສົ່ງໂດຍສານໃນ 4 ແຂວງ ເຊັ່ນ: ນະຄອນຫຼວງວຽງຈັນ, ວັງວຽງ, ສະຫວັນນະເຂດ ແລະ ຈຳປາສັກ, ບໍລິສັດ Xanh SM ໄດ້ຮັບການຕອບຮັບຈາກປະຊາຊົນລາວໄດ້ເປັນຢ່າງດີ, ໂດຍຢືນຢັນເຖິງປະສິດທິພາບ ແລະ ຄວາມເໝາະສົມຂອງຮູບການໃນທ້ອງຕະຫຼາດລາວ. ມາຮອດປະຈຸບັນນີ້, ລູກຄ້າໃນລາວນັບຫຼາຍລ້ານຄົນໄດ້ໃຊ້ບໍລິການຢູ່ຄຽງຂ້າງ ແລະ ຮ່ວມເດີນທາງໄປກັບ Xanh SM, ໂດຍການເດີນທາງດ້ວຍພະລັງໄຟຟ້າຫຼາຍກວ່າ 8 ລ້ານກິໂລແມັດ, ປະກອບສ່ວນຫຼຸດຜ່ອນການປ່ອຍມົນລະພິດອອກສູ່ສິ່ງແວດລ້ອມ - ເທົ່າກັບປະລິມານ CO₂ ທີ່ຖືກດູດຊຶມຈາກຕົ້ນໄມ້ຫຼາຍກວ່າ 70,000 ຕົ້ນຕໍ່ປີ.
ນັ້ນແມ່ນຮາກຖານທີ່ເຮັດໃຫ້ Xanh SM ກ້າວໄປໜ້າອີກບາດກ້າວໜຶ່ງໃນການປະກອບສ່ວນ ແລະ ສະໜັບສະໜູນການຄົມມະນາຄົມສີຂຽວຂອງ ສປປ ລາວລາວ ໂດຍຜ່ານການແນະນຳ Xanh SM Platform.
ສວມບົດບາດໃນການເປັນໂຊລູ່ຊັ່ນດ້ານເຕັກໂນໂລຊີແບບເປີດ, Xanh SM Platform ຈະຊ່ວຍໃຫ້ຜູ້ທີ່ທີ່ເປັນເຈົ້າຂອງລົດໄຟຟ້າ VinFast VF 5 ຢູ່ລາວກາຍເປັນຄູ່ຮ່ວມມືໃນການບໍລິການຂົນສົ່ງ, ສ້າງລາຍຮັບແບບຍືນຍົງ.
ອີງຕາມນະໂຍບາຍການແບ່ງປັນລາຍຮັບໃນປະຈຸບັນ, ຄູ່ຮ່ວມງານຂອງຜູ້ຂັບຂີ່ທີ່ເຂົ້າຮ່ວມໃນ Xanh SM Platform ຈະໄດ້ຮັບອັດຕາລາຍຮັບສູງເຖິງ 87%, ເຊິ່ງເປັນອັດຕາທີ່ສູງທີ່ສຸດໃນຕະຫຼາດລາວໃນມື້ນີ້. ນອກຈາກນັ້ນ, ຄູ່ຮ່ວມຂັບລົດຍັງມີໂອກາດເຂົ້າເຖິງລູກຄ້າຂະຫນາດໃຫຍ່ຈາກ Xanh SM, ແລະ ໄດ້ຮັບການຝຶກອົບຮົມທີ່ເປັນມືອາຊີບ ແລະ ເປັນລະບົບ ຕາມມາດຕະຖານການບໍລິການການຂົນສົ່ງສີຂຽວລະດັບສາກົນ.
ຄຽງຄູ່ກັນກັບການເປີດຕົວ Xanh SM Platform, Xanh SM ຍັງໄດ້ເປີດຫ້ອງຂາຍລົດ VinFast ແຫ່ງທຳອິດຢູ່ ຖະໜົນໄກສອນພົມວິຫານ, ບ້ານພະຂາວ, ເມືອງໄຊທານີ, ເຊິ່ງໄດ້ນຳສະເໜີ ແລະ ເປີດການຂາຍລົດໄຟຟ້າ 2 ລຸ້ນ ຄື VinFast VF 3 ແລະ VF 5. ປະຈຸບັນ, Xanh SM ເປັນຄູ່ຮ່ວມຈໍາໜ່າຍຢ່າງເປັນທາງການຂອງ VinFast ໃນ ສປປ ລາວ.
VinFast VF 5 ເປັນລຸ້ນ SUV ຂະໜາດນ້ອຍເໝາະສົມສຳລັບໃຊ້ພາຍໃນໃນຕົວເມືອງ, ມີການອອກແບບທີ່ມີຄວາມຍືດຫຍຸ່ນ, ພື້ນທີ່ພາຍໃນລົດກວ້າງຂວາງ ແລະ ປະສິດທິພາບການເຮັດວຽກທີ່ເໝາະສົມສຳລັບຈຸດປະສົງເພື່ອທາງດ້ານທຸລະກິດບໍລິການ. ລົດດັ່ງກ່າວໄດ້ຈຳໜ່າຍໃນປະເທດລາວມີລາຄາ 450,297,000 ກີບ (ເທົ່າກັບ 20,690 ໂດລາ, ລວມອາກອນມູນຄ່າເພີ່ມ). ລູກຄ້າທີ່ວ່າງເງິນມັດຈຳຕັ້ງແຕ່ມື້ນີ້ຈົນເຖິງວັນທີ 31 ພຶດສະພາ 2025 ຈະໄດ້ຮັບສ່ວນຫຼຸດໂດຍກົງ 9,794,000 ກີບ (450 ໂດລາ) ແລະ ສ່ວນຫຼຸດ 50% ຄ່າສາກໄຟເປັນເວລາ 2 ປີ, ຈົນຮອດວັນທີ 30 ມິຖຸນາ 2027 ລູກຄ້າສາມາດເລືອກປ່ຽນສ່ວນຫຼຸດຄ່າສາກ 50% ນັ້ນມາເປັນມູນສ່ວນຫຼຸດໃນການຊື້ລົດມີທີ່ມູນຄ່າ 1,000 ໂດລາ. ສະນັ້ນ, ລວມມູນຄ່າສ່ວນຫຼຸດທັງໝົດເປັນ 31.558.000 ກີບ (1.450 ໂດລາ), ຊ່ວຍໃຫ້ຫຼຸດລາຄາລົດເຫຼືອພຽງແຕ່ 418.740.000 ກີບ (19.240 ໂດລາ).
VinFast VF 3 ເປັນລົດໄຟຟ້າຂະໜາດນ້ອຍມີບ່ອນນັ່ງ 4 ບ່ອນ, ອອກແບບກະທັດຮັດ ແລະ ຢືດຢຸ່ນ, ເໝາະສຳລັບ ການເດີນທາງປະຈໍາວັນ, ໂດຍສະເພາະສຳລັບໄວໜຸ່ມ ແລະ ຜູ້ທີ່ຊື້ລົດຄັ້ງທຳອິດ. ລົດມີລາຄາ 269.656.000 ກີບ (12.390 ໂດລາ ລວມອາກອນມູນຄ່າເພີ່ມ). ລູກຄ້າທີ່ວ່າງເງິນມັດຈໍາຕັ້ງແຕ່ມື້ນີ້ຈົນເຖິງວັນທີ 31 ພຶດສະພາ 2025 ຈະໄດ້ຮັບສ່ວນຫຼຸດໂດຍກົງ 5,440,000 ກີບ (250 ໂດລາ) ແລະ ສ່ວນຫຼຸດ 50% ຄ່າສາກໄຟເປັນເວລາ 2 ປີ, ຈົນຮອດວັນທີ 30 ມິຖຸນາ 2027. ສຳລັບລຸ້ນ VF 3, ລູກຄ້າສາມາດເລືອກປ່ຽນຄ່າສາກ 50% ນີ້ມາເປັນສ່ວນຫຼຸດໃນການຊື້ທີ່ມີມູນຄ່າ 250 ໂດລາ. ສະນັ້ນ, ລວມມູນຄ່າສ່ວນຫຼຸດທັງໝົດຂອງລຸ້ນ VF 3 ເປັນ 10.880.000 ກີບ (500 ໂດລາ), ຊ່ວຍຫຼຸດລາຄາລົດເຫຼືອພຽງແຕ່ 11.890 ໂດລາ.
ທ່ານ Nguyen Van Thanh, ອຳນວຍການຂອງ GSM Global ໃຫ້ຮູ້ວ່າ: "ການເປິດຮູບແບບ Xanh SM Platform ຢູ່ ສປປ ລາວ ບໍ່ພຽງແຕ່ເປັນການຂະຫຍາຍຕະຫຼາດເທົ່ານັ້ນ, ແຕ່ຍັງເປັນບາດກ້າວຍຸດທະສາດ ເພື່ອສົ່ງອອກຮູບແບບການພັດທະນາແບບຍືນຍົງຂອງເຕັກໂນໂລຢີ, ສະພາບແວດລ້ອມ ແລະ ໂອກາດທາງດ້ານເສດຖະກິດລວມເຂົ້າເປັນເວທີດຽວ. ພວກຂ້າພະເຈົ້າເຊື່ອໝັ້ນວ່າ ຫວຽດນາມ ບໍ່ພຽງແຕ່ສາມາດຜະລິດພາຫະນະເພື່ອສິ່ງແອວດລ້ອມເທົ່ານັ້ນ, ກໍຍັງນຳໜ້າການຫັນເປັນທົ່ວໂລກໃນວິວັດການເດີນທາງຂອງພວກເຮົາອີກດ້ວຍ. ການເປີດຕົວ Xanh SM Platform ແລະ ການຈຳໜ່າຍຢ່າງເປັນທາງການຂອງ 2 ລຸ້ນ VinFast VF 3 ແລະ VF 5 ໃນລາວ ສືບຕໍ່ເສີມຂະຫຍາຍພາບພົດຂອງຍີ່ຫໍ້ຫວຽດນາມ ໃນແຜນທີ່ການຂົນສົ່ງເພື່ອສິ່ງແວດລ້ອມທົ່ວໂລກ, ພ້ອມທັງສະແດງໃຫ້ເຫັນຄວາມມຸ່ງໝັ້ນໃນໄລຍະຍາວເພື່ອໄປຄຽງຄູ່ຄົນລາວໃນການເດີນທາງເພື່ອສ້າງເວທີການຂົນສົ່ງທີ່ທັນສະໄໝ, ເປັນມິດກັບສິ່ງແວດລ້ອມ ແລະ ຍືນຍົງ.

ລາວເປັນຕະຫຼາດສາກົນແຫ່ງທີ 2 ທີ່ GSM ມີບໍລິການເຕັມຮູບແບບໃນການເອີ້ນລົດ ແລະ ຈຳໜ່າຍລົດຍົນ, ຖັດຈາກຫວຽດນາມ. ນີ້ແມ່ນບາດກ້າວທີ່ສຳຄັນໃນຍຸດທະສາດ "Go Green Global" ຂອງເຄື່ອງໝາຍການຄ້າ, ໄດ້ສະແດງໃຫ້ເຫັນຄວາມມານະພະຍາຍາມໃນການບຸກເບີກເພື່ອນຳຮູບແບບການຂົນສົ່ງແບບຍືນຍົງ "Made in ຫວຽດນາມ" ມາສູ່ພາກພື້ນ ແລະ ສາກົນ.

The issuer is solely responsible for the content of this announcement.
Past Press Releases
MORE
#Transportation
#Automobile
17 May 2025 6:40pm HKT
GSM launches Xanh SM platform, officially distributes VinFast VF 3 and VF 5 electric vehicles in Laos
#Property
#ESG
23 December 2024 8:20pm HKT